ໜ້າຫຼັກ / ການເຄື່ອນໄຫວ / ພະແນກ ຖວທ ບັນດາແຂວງພາກເຫນືອ ຍົກລະດັບ ວຽກງານ ຖານຂໍ້ມູນເອກະສານທາງການ, ການຮ່າງເອກະສານທາງການ, ການສ້າງ ແລະ ນຳໃຊ້ເວັບໄຊ

ພະແນກ ຖວທ ບັນດາແຂວງພາກເຫນືອ ຍົກລະດັບ ວຽກງານ ຖານຂໍ້ມູນເອກະສານທາງການ, ການຮ່າງເອກະສານທາງການ, ການສ້າງ ແລະ ນຳໃຊ້ເວັບໄຊ

28 Aug 2023 | ຂ່າວ: ຄານມະນີ ຮຽນດໍຈັນ

   ໃນລະຫວ່າງ ວັນທີ 28–29 ສິງຫາ 2023 ນີ້ ທີ່ພະແນກ ຖວທ ແຂວງອຸດົມໄຊ. ຫ້ອງການບໍລິຫານ, ກະຊວງ ຖວທ ໄດ້ລົງຈັດຝຶກອົບຮົມ ວຽກງານຖານຂໍ້ມູນເອກະສານທາງການ, ການຮ່າງເອກະສານທາງການ, ການສ້າງ ແລະ ນຳໃຊ້ເວັບໄຊ ໃຫ້ຂະແຫນງການທີ່ຮັບຜິດຊອບວຽກງານດັ່ງກ່າວ ຂອງພະແນກ ຖວທ ບັນດາແຂວງພາກເຫນືອ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບຸລີ, ຊຽງຂວາງ ແລະ ແຂວງຫົວພັນ ລວມທັງ ຫ້ອງການ ຖວທ 7 ເມືອງ ແລະ ຂະແຫນງການ ພາຍໃນ ພະແນກ ຖວທ ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ແລະ ທ່ານ ບຸນທັນ ສຸລິຍະວົງ ຫົວຫນ້າພະແນກ ຖວທ ແຂວງອຸດົມໄຊ.
    ການຈັດຊຸດອົບຮົມ ກໍເພື່ອພັດທະນາ, ຍົກລະດັບ ຄວາມຮູ້, ຄວາມສາມາດ ໃນການນໍາໃຊ້ຖານຂໍ້ມູນ ເອກະສານທາງການ,ການຮ່າງເອກະສານທາງການ, ການສ້າງ ແລະ ນຳໃຊ້ເວັບໄຊ ເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ແກ່ພະນັກງານ ລັດຖະກອນ ຂົງເຂດ ຖວທ ບັນດາແຂວງພາກເຫນືອ ໂດຍແນ່ໃສ່ໃນການປັບປຸງ ແລະ ພັດທະນາ ວຽກງານ ຖວທ ໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ບັນດາແຂວງພາກເຫນືອ ກ້າວເຂົ້າສຸ່ຍຸກ 4.0 ເທື່ອລະກ້າວ, ເຮັດໃຫ້ການເຄື່ອນໄຫວວຽກງານ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະດວກ, ສະບາຍ, ວ່ອງໄວ ແລະ ມີຄວາມເປັນເອກະພາບ ໂດຍສະເພາະແມ່ນການຄົ້ນຫາຂໍ້ມູນ, ຂ່າວສານ, ລະບຽບ, ກົດຫມາຍ, ນິຕິກຳຕ່າງໆ ຈາກເວັບໄຊ ຂອງກະຊວງ ລວມທັງ ການສື່ສານ ຜ່ານເຄື່ອງມືອີເລັກໂຕຼນິກທີ່ທັນສະໄຫມ ກໍຄື: ການແຈ້ງ, ລາຍງານ ແລະ ສົ່ງບົດສະຫລຸບ ປະຈຳເດືອນ, ປະຈຳປີ ແລະ ອື່ນໆ.
    ພ້ອມນີ້ ສໍາມະນາກອນ ໄດ້ພ້ອມກັນ ແລກປ່ຽນບົດຮຽນ ກ່ຽວກັບການນໍາໃຊ້ຖານຂໍ້ມູນ ເອກະສານທາງການ ລວມທັງ ການນຳໃຊ້ເວັບໄຊ ໃນໄລຍະຜ່ານມາ ການສຶກສາ ແລະ ຮຽນຮູ້ ຂໍ້ມູນໃຫມ່ ກ່ຽວກັບ ວິທີການ, ຂັ້ນຕອນ ແລະ ການເຄື່ອນໄຫວນຳໃຊ້ ຖານຂໍ້ມູນເອກະສານທາງການ ແລະ ເວັບໄຊ ທັງພາກທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ຫາລືວຽກພົວພັນຮ່ວມມື ສອງຝ່າຍ ລາວ ແລະ ອິນເດຍ

  • 22 Apr 2025
  • ຂ່າວ-ພາບ: ກິດຕາ

    ຂປລ....

ອ່ານເພີ່ມ

ວຽກງານເສນາ

ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

  • 07 Mar 2025
  • ຂ່າວ-ພາບ: ທະນູທອງ

ຂປລ....

ອ່ານເພີ່ມ

ວຽກງານເສນາ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທູດສີລັງກາ ປະຈຳ ລາວ

  • 06 Mar 2025
  • ພາບ: ຂັນໄຊ

ຂປລ. ທ່ານ ນາງ ສວນສະຫວັນ ວິຍະເກດ...

ອ່ານເພີ່ມ

ວຽກງານເສນາ

ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ ຈັດຝຶກອົບຮົມລະບົບຫ້ອງການທັນສະໄໝ E-Office ໃຫ້ພະນັກງານຂັ້ນຫົວໜ້າກົມ, ຫົວໜ້າສະຖາບັນ, ຜູ້ອໍານວຍການ, ຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນ, ຮອງຜູ້ອໍານວຍການບັນດາກົມ, ກອງ ພາຍໃນກະຊວງ ຖວທ

  • 12 Feb 2025
  • ສີສະຫວັນຢ່າ

 ໃນວັນທີ 12 ກຸມພາ 2025 ຫ້ອງການກະຊວງ...

ອ່ານເພີ່ມ